ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ-ສະຫະລັດ​ອາ​ຣັບ ເອມີເຣດ ເລັ່ງ​ຊຸກຍູ້​ດ້ານ​ເສດຖະກິດ-ການ​ຄ້າ


  ສຳນັກ​ຂ່າວ​ຫວຽດນາມ​ນິວ​ລາຍ​ງາຍ​ວັນ​ທີ 7 ມິຖຸນາ ນີ້​ວ່າ: ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ ຫວຽດ ນາມ ແລະ ສະຫະລັດ​ ອາຣັບ ເອ​ມີ​ເຣດ (UAE) ໄດ້​ຈັດ​ກອງ​ປະ ຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​ທິດ​ທາງ​ຊຸກຍູ້​ການ​ພົວພັນ​ດ້ານ​ເສດຖະ ກິດ-ການ​ຄ້າ​ລະຫວ່າງ 2 ປະເທດ ໃນ​ວັນ​ທີ 5 ມິຖຸນາ ຜ່ານ​ມາ, ຫວຽດນາມ ​ນຳ​ໂດຍ ​ທ່ານ ຫງວ​​ຽນ ​ຮົ່ງ​ຢຽນ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ ແລະ ສະຫະລັດ​ອາ​ຣັບ ເອມີເຣດ ນຳ​ໂດຍ​ທ່ານ ທາ​ນິ ບິນ ອາ​ເມັດ​ອໍ ລັດຖະມົນຕີ​ຜູ້​ຮັບຜິດຊອບ​ ການ​ຄ້າ​ຕ່າງປະເທດ ກະຊວງ​ເສດຖະ ກິດບັນດາ​ປະເທດ, ມີ​ວິຊາ​ການ​ທີ່​ກ່ຽວຂ້ອງ​ທັງ 2 ຝ່າຍ​ເຂົ້າ​ຮ່ວມ.ໜຶ່ງ​ໃນ​ບັນດາ​ຈຸດ​ສຸມ​ເຊິ່ງ 2 ຝ່າຍ​ໄດ້​ເປັນ​ເອກະ​ພາບ​ ຊຸກຍູ້​ໃນ​ໄລຍະ​ຈະ​ມາ​ເຖິງ​ແມ່ນ ສັນຍາ​ການ​ຄ້າ​ເສລີ (FTA) ດ້ວຍ​ຊື່​ທີ່​ວ່າ ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ (CEPA) ລະຫວ່າງ ຫວຽດນາມ ແລະ  UAE. ທ່ານ​ລັດຖະມົນຕີ​ຫວຽດນາມ ໄດ້​ສະ ເໜີ​ໃຫ້​ຊຸກຍູ້​ການ​ເຈລະຈາ​ສັນຍາ CEPA ຫວຽດນາມ-UAE. ເປັນ​ເອກະ​ພາບ​ບາງ​ເນື້ອ​ໃນ​ສຳ ຄັນ​ໂດຍ​ໄວ ເພື່ອ​ພະຍາຍາມ​ກ້າວ​ໄປ​ເຖິງ​ເປົ້າ​ໝາຍ​ລົງ​ນາມ​ໃນ​ເອ ກະສານ​ໄວ​ເທົ່າ​ທີ່​ໄວ​ໄດ້ເພື່ອນຳ ມາ​ເຊິ່ງ​ກາລະ​ໂອກາດ ແລະ ປະ​ສິດທິ​ຜົນ​ຢ່າງ​ແທດ​ຈິງ​ໃຫ້​ແກ່​ວິ​ສາ​ຫະ​ກິດ 2 ປະເທດ. ພ້ອມ​ນັ້ນ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ວິ​ສາ​ຫະ​ກິດ UAE ຄົ້ນຄວ້າ, ລົງທຶນ​ໃສ່​ບາງ​ຂົງເຂດ​ຢູ່ ຫວຽດນາມ ຄື: ພະລັງງານ​ທົດ​ແທນ, ພະລັງ ງານ​ສະ ອາດ, ອຸດສາຫະກຳ​ເຄ​ມີ, ກໍ່ສ້າງ​ເຂດ​ອຸດສາຫະກຳ​ຢູ່​ບາງ ເຂດ​ເສດຖະກິດ​ທີ່​ມີ​ຄວາມ​ສາ ມາດ​ບົ່ມ​ຊ້ອນ​ຂອງ​ຫວຽດນາມ. ໂອກາດ​ນີ້, ທ່ານ​ລັດຖະມົນຕີ UAE ກ່າວ​ວ່າ: UAE ມີ​ຄວາມ​ປາຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ຫວຽດນາມ ໃນ​ທຸກ​ຂົງເຂດ, ພວກ​ເຮົາ​ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັບ ຫວຽດນາມ ເພື່ອ​ຊຸກ ຍູ້​ວິວັດ​ການ​ເຈລະຈາ ກ້າວ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ສັນຍາ CEPA ໃຫ້​ສຳເລັດ​ເປັນ​ຮູບ​ປະ​ທຳ​ສາມາດ​ນຳໄປ​ຈັດ​ຕັ້ງ​ປະຕິບັດ​ໄດ້​ໂດຍ​ໄວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 08/06/2023